-
ປະທານບໍລິສັດ ພູສີກຣຸບ ເຂົ້າຮ່ວມແຂ່ງຂັນກ໋ອຟ ຊີງຂັນເຈົ້າແຂວງຫຼວງພະບາງ ສົ່ງເສີມການທ່ອງທ່ຽວສີຂຽວ.
March 10, 2022 ທ່ານ ສີທອງ ພົມມະຈິດ, ປະທານບໍລິສັດ ພູສີກຣຸບ ໄດ້ເຂົ້າຮ່ວມການແຂ່ງຂັນກ໋ອຟສົ່ງເສີມການທ່ອງທ່ຽວແຂວງຫຼວງພະບາງ ຊີງຂັນທ່ານເຈົ້າແຂວງຫຼວງພະບາງ ເພື່ອເປັນການໂຄສະນາດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວຫຼວງພະບາງໃຫ້ຫຼາຍຂຶ້ນ, ສ້າງບັນຍາກາດໃນການຕ້ອນຮັບນັກທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ແລະ ເຜີຍແຜ່ຄວາມສວຍງາມຂອງບັນດາແຫຼ່ງທ່ອງທ່ຽວຂອງແຂວງ. ການແຂ່ງຂັນຄັ້ງນີ້, ຈັດຂຶ້ນເມື່ອວັນທີ 5 ກຸມພາ 2022 ທີ່ສະໜາມກ໋ອຟແຂວງຫຼວງພະບາງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ຄະນະທີ່ປຶກສາສະໂມສອນກ໋ອຟອາວຸໂສລາວ, ທ່ານ ປອ. ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ,…
-
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ສະຫຼຸບລາຍຮັບໄຕມາດ 3 ປີ 2021 ແລະ ຄາດຄະເນລາຍຮັບໄຕມາດ 4.
ລິ້ງດາວໂຫຼດບົດສະຫຼຸບລາຍງານ ລຸ່ມນີ້: http://lsxdisclosure.com.la/index.php?r=site/ViewInfoApprovedByID&id=1361#PCD#Disclosure
-
ຊົມເຊີຍ ວັນເປີດໃຫ້ບໍລິການຊື້-ຂາຍຮຸ້ນຄັ້ງທຳອິດຂອງ ຕະຫຼາດຫຼັກຊັບລາວ (ຕລຊລ) First Trading Day ຄົບຮອບ 11 ປີ.
March 10, 2022 ຕລຊລ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 10 ຕຸລາ 2010 ໂດຍການເຊັນສັນຍາຮ່ວມທຶນລະຫວ່າງທະນາຄານ ແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີ 49%. ມາຮອດວັນທີ 11 ມັງກອນ 2011 ຕລຊລ ໄດ້ເປີດໃຫ້ບໍລິການຊື້ຂາຍຮຸ້ນຢ່າງເປັນທາງການ ໂດຍໃນເວລານັ້ນມີພຽງສອງບໍລິສັດນຳໜ້າໄດ້ແກ່ ທະນາການການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ມີມູນຄ່າຕະຫຼາດລວມ (Market Capitalization)…
-
PCD ສະຫຼຸບຜົນການດໍາເນີນທຸລະກິດໄຕມາດ III ປີ 2021 ມອບພັນທະໃຫ້ລັດເກືອບ 300 ລ້ານກີບ.
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ຫຼື (PCD) ໄດ້ສະຫຼຸບຜົນການດໍາເນີນທຸລະກິດຂອງຕົນໃນໄລຍະ 9 ເດືອນຜ່ານມາ ຫຼື ປະຈໍາໄຕມາດ 3 ປີ 2021 ສາມາດມອບພັນທະອາກອນເງິນເດືອນໃຫ້ລັດ 264.242.787 ກີບ ນັບວ່າເປັນການປະກອບສ່ວນຢ່າງເຂັ້ມງວດຂອງບໍລິສັດທີ່ມີຕໍ່ພັກ-ລັດຖະບານ ທັງເປັນການເປີດເຜີຍຂໍ້ມູນທຸລະກິດໃຫ້ແກ່ຜູ້ຖືຮຸ້ນ ລວມທັງນັກລົງທຶນໄດ້ຮັບຊາບ ເນື່ອງຈາກເປັນບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ. ຕະຫຼາດຫຼັກຊັບລາວ ເປີດເຜີຍວ່າ: ບໍລິສັດ PCD ຜູ້ຊ່ຽວຊານດ້ານໃຫ້ບໍລິການວຽກງານວິສະວະກຳກໍ່ສ້າງແບບຄົບວົງຈອນ ຢູ່ ສປປ ລາວ ໄດ້ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດ 3…
-
ນັກສຶກສາດ້ອຍໂອກາດໃນຂະແໜງວິຊາຊີບຍຸຕິທຳ ໄດ້ຮັບທຶນສະຫັບສະຫນູນ 30 ທຶນ.
ນັກສຶກສາເພດຍິງທີ່ກໍາລັງສຶກສາຢູ່ສະຖາບັນຍຸຕິທຳແຫ່ງຊາດໃນສົກຮຽນ 2021-2022. ໄດ້ຮັບທືນສະຫນັບວະຫນູນຈາກ, ບໍລິສັດ ພູສີ ກຣຸບ ຮ່ວມກັບກຸ່ມບໍລິສັດໂຊກໄຊ ແລະ ບໍລິສັດ ເອໄອເອັຟ ກຣຸບ ຈໍານວນ 30 ທຶນ ລວມມູນຄ່າຫຼາຍຮ້ອຍລ້ານກີບ. ມີພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກສຶກສາເພດຍິງຜູ້ດ້ອຍໂອກາດໃນຂະ ແໜງວິຊາຊີບຍຸຕິທຳ, ໄດ້ຈັດຂຶຶ້ນໃນວັນທີ 07 ທັນວາ 2021 ທີ່ສະຖາບັນຍຸຕິທໍາແຫ່ງຊາດ. ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຕາ ສໍພາບມີໄຊ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ; ທ່ານ ສີທາ ພົມມະຈິດ, ຮອງປະທານສະພາບໍລິຫານ ບໍລິສັດ ພູສີ…
-
4 ປີໃນຕະຫຼາດຫຼັກຊັບລາວ! ຮຸ້ນຂອງ ພີຊີດີ ທີ່ນັກລົງທຶນໃຫ້ຄວາມສົນໃຈ.
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ຫຼື (PCD) ຜູ້ຊ່ຽວຊານດ້ານການໃຫ້ບໍລິການວຽກງານວິສະວະກຳກໍ່ສ້າງແບບຄົບວົງຈອນ ຢູ່ ສປປ ລາວ ແລະ ເປັນບໍລິສັດທີ 6 ທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ ໄດ້ເປີດການຊື້-ຂາຍຮຸ້ນຄັ້ງທຳອິດໃນວັນທີ 10 ຕຸລາ 2017 ດ້ວຍລາຄາ 1.350 ກີບ/ຮຸ້ນ.ການຊື້-ຂາຍຮຸ້ນມື້ທຳອິດຂອງບໍລິສັດຖືວ່າດີສົມຄວນ, ໂດຍມີການຊື້-ຂາຍທັງໝົດ 205.200 ຮຸ້ນ ຄິດເປັນມູນຄ່າ 266 ລ້ານກວ່າກີບ. ຂະນະທີ່ ປັດຈຸບັນ, ລາຄາຮຸ້ນຫຼ້າສຸດມີການເໜັງຕີງຂຶ້ນ-ລົງຕາມກົນໄກເສດຖະກິດຢູ່ທີ່ 1.540 ກີບ/ຮຸ້ນ…
-
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ມອບເງິນຊ່ວຍເຫຼືອ ໃຫ້ແກ່ ຄະນະຕ້ານ ແລະ ສະກັດກັ້ນ COVID-19 ນະຄອນຫຼວງວຽງຈັນ, ວັນທີ 10/08/2021
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ມອບເງິນຊ່ວຍເຫຼືອ ໃຫ້ແກ່ຄະນະຕ້ານ ແລະ ສະກັດກັ້ນພະຍາດ COVID-19 ໃນວັນທີ 10 ສິງຫາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ມອບໂດຍທ່ານ ສີທາ ພົມມະຈິດ ຜູ້ອຳນວຍການບໍລິສັດ ແລະ ຮັບໂດຍທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. Phousy Construction and Development Public Company…
-
ພິທີເຊັນ MOU ໂຄງການກໍ່ສ້າງທາງດ່ວນ ວຽງຈັນ-ປາກເຊ ຊ່ວງທີ 3 ສະຫວັນນະເຂດ – ສາລະວັນ
ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (PCD) ຮ່ວມກັບກຸ່ມບໍລິສັດລັດວິສາຫະກິດ ວິສະວະກຳ ກໍ່ສ້າງ ສປ ຈີນ (CSCEC) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງທາງດ່ວນ ແລວທາງໃໝ່, ແຕ່ນະຄອນຫຼວງວຽງຈັນ ຫາ ປາກເຊ, ແຂວງຈໍາປາສັກ, ຊ່ວງທີ III ແຕ່ແຍກທາງເລກ 9 (ເຊໂນ), ແຂວງ ສະຫວັນນະເຂດ ຫາ ແຍກທາງເລກ 15 (ນາປົ່ງ),…
-
ເຊີນເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2017.
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ (ພກພ) ຂໍຖືເປັນກຽດຮຽນເຊີນທ່ານຜູ້ຖືຮຸ້ນຂອງບໍລິສັດເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ 2017 ທີ່ຈະໄດ້ຈັດຂຶ້ນໃນວັນທີ 25 ເມສາ 2018 ເວລາ 14:30 ໂມງ (ເລີ່ມລົງທະບຽນເວລາ 13:00 ໂມງ) ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 8, ອາຄານຕະຫຼາດຫຼັກຊັບລາວ, ຖະໜົນ T4, ບ້ານ ໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ. ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາຕ່າງໆ ຕາມວາລະກອງປະຊຸມທີ່ຄັດຕິດມາພ້ອມນີ້. ບໍລິສັດໄດ້ກຳນົດເອົາວັນທີ 26 ມີນາ 2018 ເປັນມື້ປິດປື້ມບັນຊີຜູ້ຖືຮຸ້ນ (Record Date) ເພື່ອກຳນົດສິດໃນການເຂົ້າຮ່ວມກອງປະຊຸມສາມັນຜູ້ຖືຮຸ້ນປະຈໍາປີ…
-
ກອງປະຊຸມພົບປະລະຫວ່າງ ບໍລິສັດພູສີ ກຣຸບ ແລະ ຄະນະຜູ້ແທນທະນາຄານກະສິກອນໄທ ທີ່ແຂວງ ຫຼວງພະບາງ
ທ່ານ ປະທານ ບໍລິສັດ ພູສີ ກຣຸບ ພ້ອມດ້ວຍຄະນະບໍລິຫານຂອງບໍລິສັດ ໄດ້ຕ້ອນຮັບ ຄະນະບໍລິຫານຈໍານວນ 7 ທ່ານ ຂອງທະນາຄານກະສິກອນໄທ ຢ່າງເປັນທາງການ ໃນຄັ້ງວັນທີ 27 ກຸມພາ 2018, ທີ່ໂຮງແຮມຫຼວງພະບາງວິວ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ. ການມາຢ້ຽມຢາມຂອງທະນາຄານກະສິກອນໄທຄັ້ງນີ້ແມ່ນມີຈຸດປະສົງ ເພື່ອແລກປ່ຽນປະສົບການໃນການດໍາເນີນທຸລະກິດ, ສະເໜີເຈດຈໍານົງສະເພາະ ເພື່ອເບີ່ງໂອກາດໃນການລົງທຶນຮ່ວມ ແລະ ສະໜອງສິນເຊື່ອ ໃຫ້ກັບ ບໍລິສັດ ພູສີ ກຣຸບ ໂດຍສະເພາະໂຄງການພັດທະນາ ເຂດເສດຖະກິດພິເສດ ແຂວງຫຼວງພະບາງ. ທ່ານປະທານ…